• user Admin
  • calendar Jul 14, 2025
  • comment 0 Comment

ຍ້ອນຫຍັງເຈົ້າຂອງທີ່ດິນຄວນໃຊ້ບໍລິການ ບໍລິສັດອະສັງຫາລິມະຊັບ ຊ່ວຍຂາຍທີ່ດິນ? 5 ເຫດຜົນທີ່ທ່ານຄວນຮູ້

   ໃນຕະຫຼາດອະສັງຫາລິມະຊັບປະຈຸບັນ ການຂາຍທີ່ດິນບໍ່ແມ່ນເລື່ອງງ່າຍ. ເຈົ້າຂອງທີ່ດິນຫຼາຍຄົນປະສົບປັນຫາໃນການຂາຍ ບໍ່ວ່າຈະເປັນການຕັ້ງລາຄາ, ການຊອກຫາຜູ້ຊື້, ການຈັດເຮັດເອກະສານ ຫຼື ການປະຊາສຳພັນ. ພາຍໃນບົດຄວາມນີ້ ພວກເຮົາຈະພາທ່ານໄປເບິ່ງເຫດຜົນສຳຄັນວ່າ ເປັນຫຍັງເຈົ້າຂອງຄວນໃຊ້ບໍລິການຈາກບໍລິສັດອະສັງຫາລິມະຊັບ.

1. ມີປະສົບການແລະຄວາມເຊື່ອຖື

   ບໍລິສັດອະສັງຫາລິມະຊັບມີທີມງານມືອາຊີບ ທີ່ຜ່ານການຂາຍ ແລະ ຈັດການທີ່ດິນມາຫຼາຍກໍລະນີ. ພວກເຂົາຮູ້ວ່າຈະເຮັດການຕະຫຼາດແນວໃດ ແລະສາມາດໃຫ້ຄຳປຶກສາທີ່ຖືກຕ້ອງໄດ້.

2. ຊ່ວຍຕັ້ງລາຄາໃຫ້ສົມເຫດສົມຜົນ

   ບໍລິສັດມີຂໍ້ມູນຕະຫຼາດໃນມື ທີ່ສາມາດປຽບທຽບລາຄາຂອງທີ່ດິນໃນບໍລິເວນທີ່ໃກ້ຄຽງ ເພື່ອຕັ້ງລາຄາຂາຍທີ່ດິນໄດ້ຢ່າງສົມເຫດສົມຜົນ ແລະເປັນທີ່ດຶງດູດສຳລັບຜູ້ຊື້.

3. ສື່ສານ ແລະປະຊາສຳພັນ

   ການປະຊາສຳພັນມີຄວາມສຳຄັນຫຼາຍ ໃນການຂາຍທີ່ດິນ. ບໍລິສັດອະສັງຫາລິມະຊັບຈະມີຊ່ອງທາງສື່ຕ່າງໆ ເຊັ່ນ ເວັບໄຊ, ສື່ສັງຄົມ, ເທັກນິກເຮັດການຕະຫຼາດ ແລະລູກຄ້າປະຈຳ ທີ່ສາມາດນຳຂໍ້ມູນທີ່ດິນຂອງທ່ານໄປເຖິງຜູ້ຊື້ໄດ້ໄວ ແລະກວ້າງຂວາງ.

4. ຊ່ວຍຈັດການເອກະສານ

   ເມື່ອມີຜູ້ສົນໃຈຊື້ ຂັ້ນຕອນການໂອນກຳມະສິດ ແລະການກວດເອກະສານເປັນເລື່ອງທີ່ຊັບຊ້ອນ. ບໍລິສັດອະສັງຫາລິມະຊັບມີທີມ ແລະຜູ້ຊ່ຽວຊານ ທີ່ຈະຊ່ວຍໃຫ້ຂັ້ນຕອນທຸກຢ່າງດຳເນີນໄປຢ່າງຖືກຕ້ອງ.

5. ປະຢັດເວລາ

   ເຈົ້າຂອງທີ່ດິນບໍ່ຈຳເປັນຕ້ອງໄປຕິດຕໍ່ລູກຄ້າໂດຍຕົວເອງ ຫຼືຕອບຄຳຖາມຫຼາຍໆຢ່າງ ເພາະທີມງານຈະເປັນຄົນດູແລໃຫ້ທັງໝົດ. ທ່ານຈະປະຢັດເວລາ ແລະມີເວລາໃນການຈັດການສິ່ງອື່ນໄດ້ຫຼາຍຂຶ້ນ.

ສຸດທ້າຍນີ້!

   ການໃຊ້ບໍລິການຈາກ ບໍລິສັດອະສັງຫາລິມະຊັບ ແມ່ນຕົວເລືອກທີ່ເໝາະສົມ ສຳລັບເຈົ້າຂອງທີ່ດິນທີ່ຕ້ອງການຂາຍໃຫ້ໄດ້ລາຄາທີ່ສົມເຫດສົມຜົນ ແລະມີການຈັດການຢ່າງມືອາຊີບ. Tdinlao - ແພລດຟອມຕະຫຼາດອະສັງຫາລິມະຊັບ ສາມາດຊ່ວຍທ່ານຂາຍທີ່ດິນຢ່າງງ່າຍດາຍ ເຊື່ອຖຶໄດ້ ແລະມີການຕະຫຼາດມືອາຊີບ!
ແພລດຟອມອະສັງຫາລິມະຊັບອອນລາຍຂອງພວກເຮົາ ພ້ອມໃຫ້ຄຳປຶກສາ ແລະບໍລິການຄົບວົງຈອນ ເພື່ອໃຫ້ການຂາຍທີ່ດິນຂອງທ່ານສຳເລັດໄດ້ໄວ ແລະປອດໄພ.

📞 ຕິດຕໍ່ພວກເຮົາໄດ້ທີ່

 020 7833 9282 (ພອນ)
 020 5624 3030 (ເກດ)
 WhatsApp: https://wa.me/8562078339282
 Facebook: Tdinlao - ແພລດຟອມຕະຫຼາດອະສັງຫາລິມະຊັບ
 Email: info@tdinlao.com
 Website: www.tdinlao.com

0 Comment

Submit new comment

Your email address will not be published. Required fields are marked *

bg
bg
bg

ແອັບຯ Tdinlao ຈະເປິດໃຫ້ດາວໂຫລດຟຣີໃນ Google Play & App Store ໄວໆນີ້...!

ດາວໂຫລດແອັບຯ Tdinlao ເພື່ອຄົ້ນຫາເຮືອນໃນຝັນຂອງທ່ານ ແລະເລີ່ມຕົ້ນການຊື້, ຂາຍ ຫຼືເຊົ່າທີ່ພັກອາໄສໄດ້ງ່າຍໆ.

mobile_app
Go Top